ກ່ຽວກັບ


ໂຄງຮ່າງການຈັດຕັ້ງ



    ປະຫວັດຄວາມເປັນມາຂອງ ລັດວິສາຫະກິດໄຟຟ້າລາວ
ລັດວິສາຫະກິດໄຟຟ້າລາວ (ຟຟລ) ສ້າງຕັ້ງຂື້ນ ໃນວັນທີ 18 ທັນວາ 1961 ເຊິ່ງແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດຳເນີນທຸລະກິດດ້ານການຜະລິດຄຸ້ມຄອງບໍລິ ການ ແລະ ພັດທະນາ ພະລັງງານ ໄຟຟ້າຕາມແນວ ທາງຂອງພັກ ແລະກົດໝາຍຂອງລັດ-ກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ ຜູ້ຊົມ ໃຊ້ໄຟຟ້າທັງພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍປະກອບສ່ວນຢ່າງ ຕັ້ງໜ້າເຂົ້າການພັດທະນາ ເສດຖະກິດ-ສັງຄົມທີ່ພັກແລະລັດວາງ ອອກ – ສົ່ງກະແສໄຟຟ້າອອກນອກ ປະເທດເພື່ອສ້າງ ລາຍຮັບເປັນເງີນຕາ ໃຫ້ແກ່ປະເທດຊາດ.
ວິໄສທັດ
ເປັນວິສາຫະກິດທີ່ນຳໜ້າ ໃນການສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ​​ ດ້ວຍການຕອບສະໜອງ ພະລັງງານໄຟຟ້າ ຮັບປະກັນ ຕົ້ນທືນຢ່າງສົມເຫດສົມຜົນ ແລະ ເຮັດໃຫ້ ສປປ ລາວ ເປັນແຫລ່ງຜະລິດໄຟຟ້າລາຍໃຫຍ່ ຢູ່ໃນລະບົບໄຟຟ້າອາຊຽນ.
ພາລະກິດ
  • 1. ຮັບປະກັນການສະໜອງໄຟຟ້າໃຫ້ພຽງພໍທົ່ວເຖິງທັງມີສ່ວນຮ່ວມເຫລືອ ເພື່ອຂາຍອອກທີ່ມີຄຸນນະພາບດີ ແລະ ສົມເຫດສົມຜົນ ເພື່ອສະໜັບ ສະໜູນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ;
  • 2. ສົ່ງເສີມການພັດທະນາ ລະບົບຕາຂ່າຍໄຟຟ້າ ພາຍໃນປະເທດ ໂດຍຄຳນຶງ ເຖິງສະພາບແວດລ້ອມ ແລະ ສັງຄົມ ເປັນປັດໃຈສຳຄັນ;
  • 3. ຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະ ນະໂຍບາຍການຫັນເປັນອຸດສາຫະກຳທັນສະໄໝເປັນລັດວິສາຫະກິດ ແບບ ຢ່າງມີປະສິດທິຜົນ ແລະ ມີກຳລັງຄວາມສາມາດດັດສົມພາກສ່ວນເສດຖະກິດອື່ນໆ.
      ລັດວິສາຫະກິດໄຟຟ້າລາວ (ຟຟລ) ແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດຳເນີນທຸລະກິດດ້ານການ
ຜະລິດຄຸ້ມຄອງບໍລິການ ແລະ ພັດທະນາ ພະລັງງານໄຟຟ້າຕາມແນວທາງຂອງພັກ ແລະ
ກົດໝາຍຂອງລັດ-ກົນໄກ ຕະຫລາດ ເພື່ອສະໜອງກະແສໄຟຟ້າໃຫ້ແກ່ ຜູ້ຊົມໃຊ້ໄຟຟ້າ 




















No comments:

Post a Comment