ໃນວັນທີ 10 ມີຖຸນາ 2014 ທີ່ຜ່ານມາ ຢູ່ທີ່ບ້ານ ພູຫົວຊ້າງ ເມືອງ ອານຸວົງ ແຂວງ ໄຊສົມບູນ ໄດ້ມີພິທີເປີດ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ໄຊສົມບູນ ຂື້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມບັດ ເຢບລີເຮີ ເລຂາພັກແຂວງ ເຈົ້າແຂວງ ແຂວງໄຊສົມບູນ, ທ່ານ ດຣ ຄຳມະນີ ອີນທິລາດ ສະມາຊິກສະພາແຫ່ງຊາດ ຄະນະປະຈຳພັກ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ບຸນອຸ້ມ ສີວັນເພັງ ຄະນະພັກຮາກຖານ ຮອງຜູ້ອຳນວຍການໃຫຍາລັດວິສາຫະກິດໄຟຟ້າລາວ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ, ພ້ອມດ້ວຍອຳນາດການປົກຄອງແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສຳລັບການຂະຫຍາຍໄຟຟ້າຢູ່ໃນເຂດໄຊສົມບູນໃນເມື່ອກ່ອນເຂດຈຸດສຸມພັດທະນາຂອງລັດຖະບານໃນໄລຍະຕໍ່ມາ ແລະ ມາເປັນແຂວງໄຊສົມບູນໃນປັດຈຸບັນແມ່ນມີຜົນສຳເລັດອັນພື້ນຖານມີໄຟຟ້າຊົມໃຊ້ໄຟຟ້າແບບຖາວອນແລ້ວ 5 ຕົວເມືອງ ເທົ່າກັບ 100%, ມີສະຖານນີຈ່າຍໄຟຟ້າຄື: ສະຖານນີທົ່ງຄູນ115/22 KV 25MVA, ສະຖານນີ ໂພນສະຫວັນ 115/22 KV 20MVA ແລະ ກຳລັງກໍ່ສ້າງຢູ່ສະຖານນີທ່າວຽງ 115/22 KV 20MVA. ເຊີ່ງໄດ້ກາຍເປັນພື້ນຖານ ເງື່ອນໄຂສ່ວນປະກອບທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການກໍ່ສ້າງຮາກຖານການເມືອງ ກຸ່ມບ້ານພັດທະນາ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງໄຊສົມບູນ ໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ.
ກິດຈະກຳ

Subscribe to:
Comments (Atom)

No comments:
Post a Comment